ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ເຂົ້າຮ່ວມກອງປະຊຸມ MCIS-11


ທ່ານ ພົນເອກ ຟານ ວັນ ຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ

      ໜັງສືພິມກອງທັບປະຊາຊົນ ຫວຽດນາມ ລາຍງານວັນທີ 13-14 ສິງຫາ 2023 ນີ້ວ່າ: ທ່ານ ພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງ
ກັນປະເທດ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມຄວາມໝັ້ນຄົງສາກົນຢູ່ ມົດສະ
ກູ ປະເທດ ຣັດເຊຍ ຄັ້ງທີ 11 (MCIS-11) ແລະ ເວທີປາໄສເຕັກນິກ-ການທະຫານສາກົນ 2023 (Army 2023),ໂດຍຕອບສະໜອງ ຕາມຄໍາເຊີນ
ຂອງ ທ່ານ ພົນເອກ ເຊີເກ ຊອຍກູ ລັດຖະມົນຕີ ກະຊວງປ້ອງກັນປະເທດ ສະຫະພັນ ຣັດເຊຍ.

     ການເຂົ້າຮ່ວມກອງປະຊຸມ MCIS-11 ແລະ Army 2023 ຂອງຄະນະຜູ້ແທນຂັ້ນສູງ ກະຊວງປ້ອງກັນປະເທດ ສສ ຫວຽດນາມ ເພື່ອແນໃສ່
ສືບຕໍ່ຢືນຢັນບົດບາດທີ່ຕັ້ງໜ້າ, ເປັນເຈົ້າການ ແລະ ມີຄວາມຮັບຜິດຊອບ ສູງຂອງ ຫວຽດນາມ ໃນບັນຫາສາກົນ ແລະ ພາກພື້ນ, ສະແດງ ໃຫ້ເຫັນ
ການສະໜັບສະໜູນ ແລະ ຕັ້ງໜ້າເຂົ້າຮ່ວມການເຄື່ອນໄຫວຫຼາຍຝ່າຍສາກົນໂດຍ ກະຊວງປ້ອງກັນປະເທດ ສະຫະພັນ ຣັດເຊຍ ຈັດຕັ້ງ, ພ້ອມທັງຮັກ
ສາ ການພົບປະຂັ້ນສູງລະຫວ່າງການນຳ ກະຊວງປ້ອງກັນປະເທດ ສອງປະເທດ, ປະກອບສ່ວນເພີ່ມທະວີການພົວພັນດ້ານປ້ອງກັນຊາດສອງຝ່າຍ, ປະ
ກອບສ່ວນເຂົ້າໃນການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ຣັດເຊຍ. ຄາດວ່າ, ທ່ານ ພົນເອກ ຟານ
ວັນ ຢາງ ຈະໄດ້ມີການພົບປະສອງຝ່າຍໃນໂອກາດເຂົ້າຮ່ວມສອງກອງປະຊຸມໃນຄັ້ງນີ້.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 15/08/2023